ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ​ອະນຸມັດ​ນຳ​ໃຊ້​ຢາ​ປົວ​ມະ​ເຮັງ​ຂອງ​ກຸຍບາຈີນ


ຢາ Nimotuzumab ຢາ​ຕ້ານ​ມະ​ເຮັງ​ຂອງ​ກຸຍບາ

     ໄດ້​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ໃນ​ການ​ນຳ​ໃຊ້​ຢາ Nimotuzumab ຢາ​ຕ້ານ​ມະ​ເຮັງ​ຂອງ​ກຸຍ​ບາ. ນີ້​ແມ່ນ​ຂີດໝາຍ​ໃໝ່​ ໃນ​ການ
​ຮ່ວມ​ມື​ທາງ​ການ​ແພດ​ລະຫວ່າງ 2 ປະເທດ. ວັນ​ທີ 5 ກຸມພາ ຜ່ານ​ມານີ້, ສະ​ຖາ​ບັນ​ການ​ຢາ​ແຫ່ງ​ຊາດຈີນ​ ໄດ້​ອະນຸມັດ​ການ​ຂະຫຍາຍ​
ການນຳ​ໃຊ້​ຢາ​ດັ່ງກ່າວ, ໃນ​ການ​ປິ່ນປົວ​ພະຍາດ​ມະ​ເຮັງ​ກະເພາະ​ລຳ​ໄສ້ ແລະ ​ທໍ່​ສົ່ງ.

     ອີງ​ຕາມ​ການ​ຄົ້ນຄວ້າ​ຂອງ​ບໍລິສັດ​ຮ່ວມ​ທຶນ​ຈີນ-ກຸຍບາ, ທ່ານ ໄປ ຊານ​ຫົງ ຜູ້ອຳນວຍການ​ບໍລິສັດ​ໄບ​ໂອ​ເທັກ ຟາ​​ຣ​ມາ (BPL),
BPL ເນັ້ນ​ໜັກ​ວ່າ: ຢາ Nimotuzumab ມີ​ໃນ​ປະເທດ​ຈີນ​ ນັບ​ຕັ້ງແຕ່​ປີ 2008, ເປັນ​ຕົວ​ຢາ​ທີ່​ມີ​ຜົນ​ໄດ້​ຮັບໃນ​ທາງ​ບວກ​ຫຼາຍ​ໃນ​
ການ​ຕໍ່ສູ້​ຕ້ານ​ມະ​ເຮັງ. ອົງການ​ຢາ​ແຫ່ງ​ຊາດ​ຂອງ​ຈີນ ໄດ້​ອະນຸມັດ​ໃຫ້​ໃຊ້​ຢາ Nimotuzumab ພາຍຫຼັງ​ການ​ວິ​ໃຈ​ຂອງ 23 ສູນ​ທົດ​
ລອງ​ໃນ​ທົ່ວ​ ປະເທດ ໄດ້​ຢືນຢັນ​ເຖິງ​ປະສິດທິພາບ ​ຂອງ​ຢາ​ໃນ​ການ​ປິ່ນປົວ​ພະຍາດ​ມະ​ເຮັງ​ຕັບ. ການ​ຮ່ວມ​ມື​ກັບ​ກູ​ບາ​ເຮັດ​ໃຫ້ ​ຈີນ ​ມີ​
ຄວາມ​ກ້າວໜ້າ​ອັນ​ພົ້ນ​ເດັ່ນ​ໃນ​ດ້ານ​ການ​ຢາ ແລະ​ ຜະລິດ​ຕະ​ພັນ​ອື່ນໆ​ທີ່​ກ່ຽວຂ້ອງ​ທາງ​ການ​ແພດ. ທ່ານ ​ນາງ ຢາ​ແນັດ ໂບ​ເຣ​ໂກ ຮອງ
​ຜູ້ອຳນວຍການ​ໃຫຍ່​ ແລະ ​ຜູ້ຕາງໜ້າ​ຂອງ​ຝ່າຍ ​ກຸຍບາ ກ່າວ​ວ່າ: ອັດຕາ​ມະ​ເຮັງ​ຢູ່​ຈີນ​ແມ່ນ​ສູງ​ທີ່​ສຸດ​ໃນ​ໂລກ.

     ສະນັ້ນ, ປະເທດ​ນີ້​ໃຫ້​ບຸລິມະສິດ​ສູງ​ກ່ຽວ​ກັບ​ການ​ຊຸກຍູ້​ການ​ຄົ້ນຄວ້າ ແລະ​ ພັດທະນາ​ວິທີ​ປິ່ນ​ປົວ​ແບບ​ໃໝ່. ຕາມ​ທ່ານ​ນາງ​ແລ້ວ,
ປັດຈຸ​ບັນ, ຢາ monoclonal ຂອງ​ກຸຍ​ບາ​ແມ່ນ​ມີ​ຢູ່​ຈີນ ແລະ​ ມີ​ຢູ່​ຕະຫຼາດ​ສາກົນ​ແລ້ວ. ໃນ​ໄລຍະ​ຢ້ຽມຢາມ​ຈີນ ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ
ມາ​ນູ ​ແອນ​ມາ​ເຣ​ໂຣ ນາຍົກລັດຖະມົນຕີ ກຸຍ​ບາ ເນັ້ນ​ໜັກ​ວ່າ: ການ​ຮ່ວມ​ມື​ດ້ານ​ເຕັກ​ໂນ​ໂລ​ຊີ​ ຊີວະ​ວິທະຍາ​ລະຫວ່າງ​ສອງ​ປະເທດ​ໄດ້​
ສ້າງ​ເງື່ອນໄຂ​ ໃຫ້​ແກ່​ການ​ສຶກ​ສາ​ສະເພາະ​ຫຼາຍ​ຢ່າງ​ທີ່​ມີ​ຜົນ​ປະໂຫຍດ​ ໃຫ້​ປະຊາຊົນ​ສອງ​ປະເທດ​ໃນ​ໄລຍະ 20 ປີຜ່ານມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2024